ຂໍ້ມູນ

ພາກວິຊາວັດແທກ-ຄຸ້ມຄອງທີ່ດິນ ແມ່ນພາກວິຊາໜຶ່ງໃນຫຼັກສູດການຮຽນການສອນຂອງວິທະຍາໄລເຕັກນິກສັບພະວິຊາ ເຊິ່ງໄດ້ເລີມເປີດຫຼັກສູດການຮຽນ-ການສອນນັບແຕ່ປີ 1990 ໂດຍໄດ້ເຊີນເອົາອາຈານຮັບເຊີນຈາກກົມແຜນທີ່ແຫ່ງຊາດເຊິ່ງໃນເມື່ອກ່ອນເປັນລະບົບການຮຽນ 3ປີ (ຊັ້ນກາງ). ໃນໄລຍະຕໍ່ມາຫຼັກສູດວັດແທກແຜນທີ່ກໍ່ໄດ້ການຊ່ວຍເຫຼືອຈາກໂຄງການອອກໃບຕາດິນ ໃນປີ 2005 ແລະ ໄດ້ມີການປັບປຸງຫຼັກສູດໃຫ້ມີລະບົບຊັ້ນສູງ ໂດຍໃນໄລຍະນີ້ຫຼັກສູດວັດແທກແຜນທີ່ໄດ້ຮັບຄວາມນິຍົມຢ່າງກວ້າງໃນສັງຄົມ ໃນປະຈຸບັນພາກວິຊາວັກແທກ-ຄຸ້ມຄອງທີ່ດິນໄດ້ພັດທະນາໃຫ້ມີຫຼາກຫຼາຍຂາສາຮຽນເຊັ່ນ: ວັດແທກແຜນທີ່,ສໍາຫຼວດວັດແທກ-ຄຸ້ມຄອງທີ່ດິນ ວັດແທກກໍ່ສ້າງ, ແລະ ປະເມີນລາຄາຊັບສິນ ແລະ ທີ່ດິນ.



No comments:

Post a Comment